hoo bor

Artist: Temple Guys
Song: Hoo Bor




ຮູ້ບໍ່ວ່າເຈົ້າໜ້າຮັກ ຢາກຈະຮັກເຈົ້າຫມົດໃຈ ຫາ
ຮູ້ຍໍ່ວ່າເຈົ້າຊ່າງສົດໃສ ເຈົ້າເຮັດໃຫ້ໂລກນີ້ສວຍງາມ
ແລະເຈົ້າຮູ້ຫຼືບໍ່ ເຈົ້ານັ້ນຊ່າງອ່ອນຫວານ
ເໝືອນກັບເທບທິດາໃນນິທານ

(*) ພຽງໄດ້ເຫັນດ້ວຍຕາ ຍັງຮູ້ສຶກດີ
ຖ້າມີໂອກາດ ໄດ້ຮັກກັນຈິງຄົງດີກວ່ານີ້

ຮູ້ບໍ່ ວ່າເຈົ້າເຮັດໃຫ້ໃຈຂ້ອຍສັ່ນໄຫວ
ແລະເປັນຄົນດຽວທີ່ເຮັດໃຫ້ຂ້ອຍ ເກີດມີຄວາມຮັກຂື້ນທັນໃດ
ເຈົ້າໜ້າຮັກ ເຈົ້າສົດໃສ ເຈົ້າຍິມຫວານ
ເຈົ້າມີທຸກຢ່າງທີ່ໃຈຂ້ອຍຕ້ອງການ
ບໍ່ຢາກຈະເກັບອາການ ອີກແລ້ວໃນຄຳຖາມ
ວ່າເຮົາຈະຮັກກັນໄດ້ບໍ່

ຮູ້ບໍ່ ວ່າເຈົ້າເພີເຟັກ
ເຈົ້າເຮັດໃຫ້ໃຈຂ້ອຍສັ່ນໄຫວ
ຮູ້ບໍ່ ວ່າເຈົ້າງາມກວ່າໃຜ
ຢາກຮັກເຈົ້າໄປແບບນີ້ ຕະຫລອດການ
ແລະເຈົ້າຮູ້ຫຼືບໍ່ ນ້ຳໃຈເຈົ້າແສນງາມ
ເໝືອນນາງຟ້າ ລົງມາຈາກສະຫວັນ

(repeat *)