bor torng aow jai

Artist: Jiep
Song: Bor Torng Aow Jai




ມີບາງຢ່າງທີ່ມັນຍັງຄ້າງໃນໃຈ
ເປັນບາງສິ່ງທີ່ຂ້ອຍບໍ່ຄວນຄິດໄກ
ຫຼືຂ້ອຍເອງທີ່ຍອມອ່ອນໄຫວເລື້ອຍໄປ
ຕ້ອງທຳໃຈ ຕ້ອງຖອຍໄປ ຕັ້ງແຕ່ວັນນີ້

ເຈົ້າເປັນຄົນດຽວ ທີ່ເຈົ້ານັ້ນຄອຍມາເອົາໃຈ
ຂ້ອຍຄົງເສຍໃຈ ຖ້າເຈົ້າບໍ່ຄິດໄປເໝືອນກັນ
ຖ້າເຮົາເປັນເພື່ອນກັນ ຢ່າງທີ່ເຈົ້າເວົ້າມາທຸກວັນ
ຢ່າທຳ ຢ່າທຳ ຢ່າທຳ ໃຫ້ຫວັ່ນໄຫວ

ບໍ່ຕ້ອງເວົ້າຢ່າງນັ້ນ ບໍ່ຕ້ອງມາເອົາໃຈ
ບໍ່ຕ້ອງຄອຍໂທຫາ ເວລາທີ່ເຈົ້າບໍ່ເຫຼືອໃຜ
ບໍ່ຕ້ອງໃຫ້ຄວາມຫວັງ ບໍ່ຕ້ອງຄອຍເຕີມໃຈ
ຢ່າທຳໃຫ້ຂ້ອຍຝັນໄກ ດຽວຄົນອ່ອນໄຫວຢ້ານຄິດໄປເອງ

ຫຼືຂ້ອຍອາດເປັນຄົນອ່ອນແອເກີນໄປ
ເຈົ້າຈິ່ງເປັນຫ່ວງຢ້ານຄົນໆນີ້ເຫງົາໃຈ
ຫຼື ເຈົ້າອາດຈະທຳຢ່າງນີ້ ກັບຄົນທົ່ວໄປ
ບໍ່ເຂົ້າໃຈ ເປັນຫຍັງໃຈ ຕ້ອງຫວັ່ນໄຫວ

ກໍ່ເຈົ້າເປັນຄົນດຽວ ທີ່ເຈົ້ານັ້ນຄອຍມາເອົາໃຈ
ຂ້ອງຄົງເສຍໃຈ ຖ້າເຈົ້າບໍ່ຄິດໄປເໝືອນກັນ
ແລະຖ້າເຮົາເປັນເພື່ອນກັນ ຢ່າງທີ່ເຈົ້າເວົ້າມາທຸກວັນ
ຢ່າທຳ ຢ່າທຳ ຢ່າທຳ ໃຫ້ຫວັ່ນໃຫວ